ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ​ປຶ້ມ ແລະ ເອກະສານ​ສຳຄັນ​ຕ່າງໆ ໃຫ້​ຫໍສະໝຸດ​ກອງທັບ


     ວັນ​ທີ 10 ຕຸລາ 2023 ນີ້, ສະຫາຍ ພົນ​ຕີ ວໍລະ​ສານ ວິລັດ​ດາ​ວົງ ກຳມະການ​ຄະນະ​ປະຈຳ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ, ຮອງ​ຫົວໜ້າ​
ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ນຳ​ເອົາ​ປຶ້ມ ແລະ ເອກະສານ​ສຳຄັນ​ຕ່າງໆ ເຊິ່ງ​ເປັນ​ຊັບ​ສິນ​ສ່ວນ​ຕົວ​ທີ່​ມີ​ຄວາມ​ສຳຄັນ ໄປ​ມອບ​ໃຫ້​ຫໍສະໝຸດ
​ກອງທັບ​ຈຳນວນ 139 ຫົວ, ໂດຍ​ການ​ກ່າວ​ຮັບ​ຂອງ​ສະຫາຍ ພັນ​ເອກ ວຽງ​ທອງ ວິດ​ພາ​ວົງ ຫົວໜ້າ​ອຳນວຍ​ການ​ຫໍສະໝຸດ​ກອງທັບ, ມີ​ຄະນະ​
ພັກ-ຄະນະ​ບັນຊາ​ກົມ​ໂຄສະນາ​ອົບຮົມ, ຫ້ອງການ​ກົມ​ໃຫຍ່, ຫ້ອງ​ການເມືອງ, ບັນດາ​ກອງ​ສື່​ມວນ​ຊົນທີ່​ຂຶ້ນ​ກັບ​ກົມ​ໃຫຍ່​ການເມືອງ​ກອງທັບ
ແລະ ພະນັກງານ-ນັກຮົບ​ພາຍ​ໃນ​ຫໍສະໝຸດ​ກອງທັບ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພະຍານ.

     ສະຫາຍ ພົນ​ຕີ ວໍລະ​ສານ ວິລັດ​ດາ​ວົງ ໄດ້​ກ່າວ​ວ່າ: ການ​ມອບ​ປຶ້ມ ແລະ ເອກະສານ​ສຳຄັນ​ຕ່າງໆ ໃນ​ຄັ້ງ​ນີ້, ເປັນ​ການ​ປະກອບສ່ວນ​ອັນ​ສຳ
ຄັນ​ເຂົ້າ​ໃນ​ການ​ພັດທະນາ​ຫໍສະໝຸດ​ກອງທັບ ເພື່ອ​ສ້າງ​ເປັນ​ຄັງ​ສາງ​ເກັບ​ກຳ​ຄວາມ​ຮູ້, ບັນດາ​ນິຕິ​ກຳ, ບົດ​ກະວີ​ນິພົນ, ມູນເຊື້ອ​ປະຫວັດສາດ ແລະ
ບັນດາ​ເນື້ອ​ໃນ​ເຫດການ​ສຳຄັນ​ຕ່າງໆ ໄວ້​ໃຫ້​ລູກ​ຫຼານ​ຄົນ​ຮຸ່ນ​ໃໝ່​ໄດ້​ອ່ານ, ໄດ້​ຮຽນ​ຮູ້​ນຳ​ເອົາ​ຂໍ້​ມູນ​ຕ່າງໆ ມາ​ພັດທະນາ​ຕົນ​ເອງ ແລະ ກົມ​ກອງ.

     ພ້ອມ​ທັງ ເນັ້ນ​ໜັກ​ໃຫ້​ຄະນະ​ພັກ-ຄະນະ​ອຳນວຍ​ການ ແລະ ພະນັກງານ​ຫໍສະໝຸດ​ກອງທັບ ຈົ່ງ​ພ້ອມ​ກັນ​ເອົາໃຈໃສ່​ປົກ​ປັກ​ຮັກສາ, ປັບປຸງ​
ກົມ​ກອງ, ສືບຕໍ່​ກໍ່ສ້າງ​ພະນັກງານ, ວິຊາ​ການ ໃນ​ການ​ຍົກ​ລະດັບ​ຄວາມ​ຮູ້ ຄວາມ​ສາມາດ ໃນ​ການ​ຄຸ້ມ​ຄອງ​ຫໍສະໝຸດ​ໃນ​ກອງທັບ ​ໃຫ້​ມີ​ຄວາມ
​ເປັນ​ລະບຽບ​ຮຽບ​ຮ້ອຍ, ສະອາດ​ຈົບງາມ ສາມາດ​ດຶງ​ດູດ​ໃຈ​ຜູ້​ທີ່​ເຂົ້າ​ມາ​ຊົມໃຊ້, ມີ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ​ແໜ້ນໜາ, ຮັກແພງ​ຊ່ວຍເຫຼືອ​
ເຊິ່ງ​ກັນ ແລະ ກັນ ພ້ອມ​ກັນ​ພັດທະນາ​ກົມ​ກອງ​ໃຫ້​ກາຍເປັນ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ແລະ ໜັກ​ແໜ້ນ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 12/10/2023